ທຸກວັນທີ 21 ສິງຫາ ບັນດານັກເທຣດບິດຄອຍທົ່ວໂລກ ຈະມາຮ່ວມກັນກະຕຸ້ນໃຫ້ຊື້ ແລະ ຖືບິດຄອຍໄວ້ໂດຍບໍ່ຂາຍອອກ ທີ່ເອີ້ນວ່າ HODL (Hold On for Dear Life) ເພື່ອສະເຫຼີມສະລອງຄຸນຄ່າທີ່ບໍ່ມີຂີດຈໍາກັດ.

🔢 ວັນສໍາຄັນນີ້ເກີດຂຶ້ນເມື່ອປີ 2021 ໂດຍນັກຂຽນ ແລະ ນັກບັນຍາຍດ້ານ Bitcoin ຊື່ Knut Svanholm ຜູ້ຜັກດັນແນວຄິດທີ່ວ່າ:

“ທຸກສິ່ງທຸກຢ່າງໃນໂລກ (∞) ຫານດ້ວຍຈໍານວນ Bitcoin ທີ່ຈໍາກັດ 21 ລ້ານຫຼຽນ = ຄ່າຂອງ Bitcoin ຈະມີແນວໂນ້ມເພີ່ມຂຶ້ນຢ່າງບໍ່ມີຂີດຈໍາກັດ.”

ສິ່ງນີ້ເປັນຕົ້ນກໍາເນີດຂອງສັນຍາລັກ “∞ / 21” ຫຼື infinity divided by 21 million. ຕົວເລກ 8 ສາມາດເບິ່ງເປັນສັນຍາລັກ ∞ (infinity) ໄດ້ ໃນຂະນະທີ່ 21 ແທນຈໍານວນສູງສຸດຂອງ Bitcoin ທີ່ຖືກກໍານົດໃນລະບົບຕັ້ງແຕ່ເລີ່ມຕົ້ນ.

🎨 ນອກເຫນືອຈາກນັ້ນ Bitcoin Infinity Day ຍັງເປັນແຮງບັນດານໃຈໃຫ້ເກີດຜົນງານສິລະປະ ເຊັ່ນ Infinity Day Keys ໂດຍສິລະປິນຊື່ FractalEncrypt ຜູ້ອອກແບບໂມເດວກະແຈ Bitcoin ເພື່ອສະທ້ອນຈິດວິນຍານ ແລະ ສັນຍາລັກຄຸນຄ່າບໍ່ມີຂີດຈໍາກັດຂອງ Bitcoin “∞ / 21” 🔑

🌐 ສຸດທ້າຍ, Bitcoin Infinity Day ບໍ່ແມ່ນພຽງແຕ່ວັນສະເຫຼີມສະຫຼອງ, ແຕ່ຍັງເປັນວັນແຫ່ງໂອກາດໃນການຮຽນຮູ້, ການອັບເດດຂ່າວສານ ຫຼື ແມ່ນການມີປະຕິສຳພັນກັບຫຼຽນ ແລະ ເຄືອຂ່າຍ Bitcoin ຢ່າງໂປ່ງໃສ ແລະ ມີເສລີພາບທາງການເງິນ.

#bitcoininfinityday $BTC

BTC
BTC
95,384.87
+0.02%