ວັນນີ້ໃນໂລກຄຣິບໂຕເຄີເຣນຊີ ຖືວ່າເປັນວັນ HODL Day ທີ່ຫຼາຍຄົນອາດຈະຄຸ້ນເຄີຍ ແລະ ຄິດວ່າເປັນພຽງຄຳສະແລງ (Slang) ໃນກຸ່ມນັກເທຣດ, ແຕ່ແທ້ຈິງແລ້ວ ມັນຄືກົນລະຍຸດການລົງທຶນສຸດຄລາສສິກ ທີ່ມີປະສິດທິພາບຕໍ່ການເທຣດໃນໄລຍະຍາວ.
ຄຳວ່າ HODL ແມ່ນການຫຼິ້ນຄຳທີ່ສະກົດຜິດມາຈາກຄຳວ່າ HOLD ທີ່ແປວ່າ "ຖື", ເຊິ່ງປຽບສະເໝືອນການຖືຄອງ Bitcoin ຫຼື ສະກຸນເງິນດິຈິຕອນອື່ນໆ ໄວ້ໂດຍບໍ່ຂາຍອອກ ເຖິງວ່າລາຄາຈະຕົກລົງຫຼາຍປານໃດກໍຕາມ 📉.
ແຫຼ່ງກຳເນີດຂອງ HODL Day ແມ່ນມາຈາກໂພສຂອງຜູ້ໃຊ້ລາຍໜຶ່ງໃນຟໍຣຳບິດຄອຍ (Bitcoin Forum) ເມື່ອວັນທີ 18 ທັນວາ ປີ 2013 ທີ່ເຄັ່ງເຄຽດກັບຄວາມຜັນຜວນທີ່ສູງຂອງຕະຫຼາດ, ແຕ່ແທນທີ່ຈະຂາຍ ເຂົາກັບປະກາດວ່າຈະ "HODL" ຕໍ່ໄປໂດຍບໍ່ປ່ອຍອອກ. ເຫດການນີ້ເຮັດໃຫ້ເກີດເປັນກະແສໂດ່ງດັງ ແລະ ຕໍ່ມາກໍມີການໃຫ້ຄວາມໝາຍເຕັມວ່າ "Hold On for Dear Life" ເຊິ່ງໝາຍເຖິງ "ຖືໄວ້ໃຫ້ແໜ້ນ ສຸດຊີວິດ" ບໍ່ປ່ອຍມື ບໍ່ວ່າຕະຫຼາດຈະຂຶ້ນຫຼືລົງແນວໃດກໍຕາມ.
ຈາກເຫດການນີ້, ຖ້າເຮົາຊື້ Bitcoin ໄວ້ຕັ້ງແຕ່ວັນທີ 18 ທັນວາ ປີ 2013 ແລ້ວຖືມາຈົນເຖິງປັດຈຸບັນ, ຈະໄດ້ຮັບຜົນຕອບແທນສູງເຖິງ 18,839.39% ຫຼື ຄິດເປັນຜົນຕອບແທນສະເລ່ຍປີລະ 53.13% ກັນເລີຍ! 😱
ອ່ານມາຮອດນີ້ແລ້ວ ໃຜທີ່ສົນໃຈຢາກຈະ HODL ສາມາດສຶກສາເພີ່ມເຕີມໄດ້ທີ່: https://www.binance.com/en/academy
ຄຳເຕືອນ: ຄຣິບໂຕເຄີເຣນຊີ ແລະ ໂທເຄັນດິຈິຕອນມີຄວາມສ່ຽງສູງ ທ່ານອາດຈະສູນເສຍເງິນລົງທຶນໄດ້ທັງໝົດ. ກະລຸນາສຶກສາ ແລະ ລົງທຶນໃຫ້ເໝາະສົມກັບລະດັບຄວາມສ່ຽງທີ່ທ່ານຍອມຮັບໄດ້.

