$DOGE ລາຄາຈະໄປຮອດ $1 ໂດລາບໍ? ຄຳຖາມນີ້ກັບກາຍມາເປັນຫົວຂໍ້ສົນທະນາຫຼັກຂອງສາຍຄຣິບໂຕໃນທຸກໆປີ ໂດຍສະເພາະສາຍຫຼຽນ meme ແລະ ຄົນທີ່ຕິດຕາມອິນຟລູເອນເຊີທີ່ຍັງອິນກັບຫຼຽນໝາ Shiba ສີສົ້ມໃນໂລໂກ້
$DOGE ຢູ່ຕະຫຼອດບໍ່ຫ່າງຫາຍ, ຫຼາຍຄົນອາດຮູ້ສຶກວ່າ “ ມັນເຄີຍໄປໄກກວ່ານີ້ແລ້ວ ເປັນຫຍັງຈະໄປ $1 ໂດລາອີກຄັ້ງສິບໍ່ໄດ້? ” ແຕ່ເມື່ອເບິ່ງພາບລວມທັງໂຄງສ້າງລາຄາ, ປັດໄຈພື້ນຖານ ແລະ ມຸມມອງນັກວິເຄາະ ພາບທີ່ອອກມາຊັບຊ້ອນກວ່າ meme ໃນ Twitter ພໍສົມຄວນ
ເນື້ອຫາລຸ່ມນີ້ແມ່ນການສະຫຼຸບ (ແບບຄົນໃນວົງການເຂົາລືກັນ) ທີ່ບໍ່ໄດ້ຖາມພຽງວ່າ “ລາຄາມັນຈະໄປຮອດບໍ? ” ແຕ່ຈະຊວນໃຫ້ນັກອ່ານທີ່ໜ້າຮັກໄດ້ຄິດຕໍ່ວ່າ “ລາຄາຈະໄປຮອດ ຫຼື ບໍ່ຮອດ ແລ້ວຄວນຫຼິ້ນ DOGE ແນວໃດ”
ຕອນນີ້ DOGE ຢູ່ຈຸດໃດ?
ປາຍປີ 2025 ລາຄາ Dogecoin ຍັງເຄື່ອນໄຫວຢູ່ຕ່ຳກວ່າ 0.15 ໂດລາ ເຖິງແມ້ວ່າກິດຈະກຳໃນເຄືອຂ່າຍ (daily active addresses) ຈະພຸ່ງຂຶ້ນໄປຢູ່ລະດັບສູງສຸດອັນດັບຕົ້ນໆໃນຮອບສາມເດືອນກໍຕາມ. ໂດຍຂໍ້ມູນ on-chain ຊີ້ຊັດໃຫ້ເຫັນວ່າມີ address ໃຊ້ງານລາຍວັນກວ່າ 67,000–70,000 addresses ແລະ ມີທັງຝັ່ງຊື້–ຂາຍເຂົ້າມາເຄື່ອນໄຫວຮອບແນວຮັບແຖວ 0.14$ ໂດລາ ທີ່ຖືກທົດສອບຫຼາຍຄັ້ງ ແລະຍັງຢືນຢູ່ໄດ້
ນັກວິເຄາະບາງກຸ່ມໃຫ້ມູມມອງວ່າ ຖ້າ DOGE ສາມາດ break ແນວຕ້ານສຳຄັນ ແລະ ຄ່າສະເລ່ຍ EMA ລະຍະຍາວຂຶ້ນໄປໄດ້ ມີໂອກາດເດັ້ງກັບໄປທົດສອບໂຊນ 0.30 ໂດລາ ທີ່ເຄີຍເຮັດຈຸດສູງຍ່ອຍ (ຄວາມໝາຍຄືບໍ່ແມ່ນຈຸດສູງສຸດ) ໄວ້ໃນເດືອນກັນຍາ ສ່ວນມູມມອງລາຄາແບບເຊີງຄາດການໃນປີ 2025 ຫຼາຍສຳນັກໃຫ້ກອບ “ເພດານ” ແຖວ 0.40–0.73 ໂດລາ ພາຍໃຕ້ເງື່ອນໄຂວ່າຕະຫຼາດໂດຍລວມຍັງເປັນແນວບວກ ແລະ ກະແສເກັງກຳໄລຍັງບໍ່ຫມົດໄຟ
ນັກວິເຄາະເວົ້າຫຍັງແດ່ກ່ຽວກັບເປົ້າລາຄາ 1 ໂດລາ?
ໃນຝັ່ງຄອນເທັ້ນເຊີງຄາດການລາຄາ ຫຼາຍກຸ່ມໃຫ້ມູມມອງວ່າ “1 ໂດລາ” ຍັງເປັນເປົ້າໝາຍທີ່ເປັນໄປໄດ້ ແຕ່ບໍ່ໄດ້ໝາຍຄວາມວ່າ “ປີນີ້” ຫຼື “ປາຍປີນີ້” ຈະໄປຮອດທັນທີ ສ່ວນໃຫຍ່ເລື່ອນເປົ້າ 1 ໂດລາໄປຢູ່ຊ່ວງ 2028 ຫຼື ລະຍະຍາວກວ່ານັ້ນ, ໂດຍອີງໃສ່ສົມມຸດຕິຖານວ່າຊຸມຊົນຍັງແຂງແຮງ, ມີເຄສໃຊ້ງານເພີ່ມຂຶ້ນ ແລະ ຕະຫຼາດຄຣິບໂຕຍັງເຕີບໂຕຕໍ່ເນື່ອງ
ໃນມູມທາງຕົວເລກ ມີການປະເມີນກອບລາຄາປີ 2025 ຂອງ DOGE ໄວ້ປະມານນີ້
- ເພດານຂອງປີ 2025 ແຖວ 0.41–0.73 ໂດລາ (ໃນມູມມອງມີ່ເປັນແນວບວກ)
- ກອບຍາວໄປເຖິງ 2030–2031 ບາງກຸ່ມເຖິງຂັ້ນວ່າໃຫ້ເພດານລາຄາສູງຮອດ 1.5–1.8 ໂດລາ ແຕ່ກໍເນັ້ນຊັດວ່ານີ້ແມ່ນ “ມູມມອງທາງບວກສຸດສຸດ” ບໍ່ແມ່ນເສັ້ນທາງພື້ນຖານ
ສະຮຸບແມ່ນ “1 ໂດລາ” ບໍ່ແມ່ນເລື່ອງເພີ້ຝັນ ແຕ່ກໍບໍ່ແມ່ນລະດັບລາຄາທີ່ຄວນຄາດຫວັງຫຼາຍວ່າຈະເກີດຂຶ້ນງ່າຍໆໃນໄລຍະປາຍປີດຽວ ໂດຍສະເພາະເມື່ອລາຄາປັດຈຸບັນຍັງຢູ່ຕ່ຳກວ່າ 0.15 ໂດລາ ແລະ ຕ້ອງຂຶ້ນຫຼາຍກວ່າ 6–7 ເທົ່າຈາກຈຸດນີ້ໃນເວລາບໍ່ຮອດອາທິດ ຊຶ່ງຄວາມຈິງຈະໄປຮອດລາຄາສູງຂະໜາດນັ້ນຈະຕ້ອງໃຊ້ທັງເມັດເງິນ ແລະ hype ທີ່ໂຄດໂຫດກວ່າຮອບປີ 2021 ອີກ
ແມ່ນຫຍັງທີ່ດັນ DOGE ຂຶ້ນ – ແມ່ນຫຍັງຫຍັງທີ່ຖ່ວງໄວ້?
ປັດໄຈບວກທີ່ຍັງເຮັດໃຫ້ DOGE ໂດດເດັ່ນ
1) ຊຸມຊົນ ແລະ Meme Power
Dogecoin ມີ fanbase ລະດັບທີ່ວ່າຫຼາຍຢູ່ແລ້ວ ທັງໃນ Reddit, X (Twitter) ແລະ ຄອມມູນິຕີ້ຄຣິບໂຕທົ່ວໂລກ ຄວາມເປັນມີມ ແລະ ວັດທະນະທໍາຕະຫຼົກ ເຮັດໃຫ້ເວລາມີກະແສ ຫຼື ຂ່າວທີ່ເຊື່ອມໂຍງກັບແບຣນໃຫຍ່ໆ ເຊັ່ນ X Payments ຫຼື ທະວິດຈາກນັກທຸລະກິດດັງດັງ ລາຄາມັກດັນຂຶ້ນແຮງກວ່າຫຼຽນພື້ນຖານແບບຫຼຽນ utility ທົ່ວໄປ ສາຍເທຣດລະຍະສັ້ນເບິ່ງຈຸດນີ້ເປັນໂອກາດເຮັດກຳໄລຈາກ volatility ໂດຍກົງ
2) Network Activity ທີ່ເລີ່ມຄຶກຄັກ
ຂໍ້ມູນ on-chain ລ່າສຸດຊີ້ບອກວ່າ address ໃຊ້ງານລາຍວັນ ແລະຈຳນວນທຸລະກຳໃນເຄືອຂ່າຍພຸ່ງຂຶ້ນມາຢູ່ຈຸດສູງສຸດຮອບ 3 ເດືອນ ການທີ່ຄົນກັບມາໃຊ້ເຄືອຂ່າຍຫຼາຍຂຶ້ນ ບວກກັບປະລິມານການເທຣດທີ່ເພີ່ມຂຶ້ນ ອາດເປັນ “ໄຟສັນຍານ” ວ່າຕະຫຼາດກຳລັງສະສົມແຮງຮອບໃໝ່ເຖິງແມ້ວ່າລາຄາຍັງຖືກກົດຢູ່ກໍຕາມ
3) ສະຖານະ “ປະຕູເຂົ້າສູ່ຄຣິບໂຕ” ສຳລັບມືໃໝ່
ລາຄາຕໍ່ຫຼຽນບໍ່ເຖິງ 0.2 ໂດລາເຮັດໃຫ້ DOGE ເບິ່ງ “ເຂົ້າເຖິງງ່າຍ” ສຳລັບຄົນທີ່ເລີ່ມສົນໃຈຄຣິບໂຕ ແລະ ຢາກລອງຊື້ຫຍັງບາງຢ່າງທີ່ເບິ່ງຕະຫຼົກຈອຍຈອຍບໍ່ເຄັ່ງຄຽດເທົ່າກັບການຊື້ BTC/ETH ຈຳນວນຫຼຽນທີ່ຫຼາຍ ແລະ ລາຄາຕໍ່ຫຼຽນລາຄາຖືກ ຊ່ວຍສ້າງຄວາມຮູ້ສຶກວ່າ “ຖືຫຼາຍຫຼຽນແລ້ວຮູ້ສຶກຟິນ ຮູ້ສຶກລວຍ” ປະມານນີ້, ເຖິງແມ້ໃນເຊິ່ງມູນຄ່າຈິງອາດບໍ່ແຕກຕ່າງຈາກການຊື້ຫຼຽນໃຫຍ່ທີ່ໄດ້ຈຳນວນນ້ອຍ
ປັດໄຈສ່ຽງທີ່ຕ້ອງເບິ່ງໃຫ້ຄົບ
1) ພື້ນຖານໂປຣເຈັກທີ່ບາງເບົາເວີ້
ບົດວິເຄາະຫຼາຍເຈົ້າຊີ້ໃຫ້ເຫັນຊັດວ່າ Dogecoin ບໍ່ມີ use case ຫຼືຄຸນຄ່າເຊິ່ງເທັກໂນໂລຊີທີ່ໂດດເດ່ນເທົ່າ Layer 1/Layer 2 ລາຍໃຫຍ່ ເໝາະກັບການໃຫ້ມູມມອງເປັນ “ຊັບສິນເພື່ອການເກັງກຳໄລ” ຫຼາຍກວ່າຊັບສິນທີ່ສ້າງກະແສເງິນສົດ ຫຼື utility ທີ່ຍືນຍົງ ເຮັດໃຫ້ເມື່ອຕະຫຼາດເຂົ້າໂໝດຈິງຈັງ ເນັ້ນພື້ນຖານ ຫຼຽນກຸ່ມນີ້ມັກຈະຖືກຂາຍຖິ້ມກ່ອນ
2) ຂື້ນກັບໂຊຊຽວ ແລະ ອິນຟລູເອນເຊີ
ລາຄາ DOGE ຖືກຂັບເຄື່ອນໂດຍ sentiment ໃນໂຊຊຽວຢ່າງໜັກ ການລໍຖ້າໃຫ້ “ທະວີດດຽວ” ຫຼື “ເທຣນດຽວ” ດັນລາຄາເຖິງ 1 ໂດລາ ແມ່ນເກມທີ່ຕ້ອງຍອມຮັບວ່າກຳລັງພຶ່ງດວງ ແລະ ຈັງຫວະຫຼາຍກວ່າການວິເຄາະພື້ນຖານລ້ວນໆ
3) ຄວາມຜັນຜວນສູງ – ສ່ຽງເຈັບໜັກ
ໃນອະດີດ DOGE ເຄີຍໃຫ້ຜົນຕອບແທນລະດັບຫຼາຍພັນເປີເຊັນ ແຕ່ກໍເຄີຍຕົກຮວບລົງເກີນ 70% ຈາກຈຸດສູງສຸດເຊັ່ນກັນ. ນັກລົງທຶນທີ່ເຂົ້າບໍ່ຖືກຈັງຫວະ ຫຼື all-in ຕາມກະແສ ມີໂອກາດຕິດດອຍຍາວຫຼາຍປີ
ແລ້ວ “ຄວນລົງທຶນໃນ DOGE ບໍ?”
ຄຳຖາມນີ້ບໍ່ມີຄຳຕອບດຽວສຳລັບທຸກຄົນ ຂື້ນກັບວ່າເປົ້າໝາຍ ແລະ ນິໄສການລົງທຶນຂອງທ່ານເປັນແນວໃດ
- ຖ້າທ່ານເປັນສາຍເກັງກຳໄລ ຮູ້ຕົວວ່າຮັບຄວາມຜັນຜວນແຮງໆໄດ້ ແລະ ເຂົ້າໃຈວ່າຕົວເອງກຳລັງຫຼິ້ນ “ເກມມີມ+ຈິດວິທະຍາມວນຊົນ” ຫຼາຍກວ່າຊື້ຊັບສິນພື້ນຖານແຂງ
$DOGE ສາມາດຢູ່ຕຳແໜ່ງນ້ອຍໆໃນພ໋ອດທີ່ໃຊ້ຫຼິ້ນຕາມກະແສສັ້ນໆໄດ້
- ຖ້າທ່ານເປັນສາຍລົງທຶນລະຍະຍາວ ເນັ້ນສ້າງຄວາມມັ່ງຄັ່ງທີ່ມັ່ນຄົງຈາກຊັບສິນທີ່ມີ moat ແລະ utility ຊັດເຈນ ບົດວິເຄາະຫຼາຍແຫ່ງແນະນຳຄ່ອນຂ້າງຕົງກັນວ່າ DOGE ບໍ່ຄວນເປັນ core holding ຂອງພ໋ອດ ແລະ ຖ້າຈະຖື ກໍຄວນຫຼຸດຂະໜາດໃຫ້ໃກ້ຄຽງ “ຕົວສ່ຽງໂຊກ” ຫຼື ບ້ານເຮົາກະເອີ້ນວ່າຊື້ເລກຊື້ຫວຍ lottery ຫຼາຍກວ່າເປັນການລົງທຶນທຶນຫຼັກ ຫຼື ໃຊ້ທຶນຫຼັກ
✅ສິ່ງທີ່ບົດຄວາມວິເຄາະຫຼາຍໆເນັ້ນຄື:
- ຢ່າລົງເງິນໃນ DOGE ຫຼາຍກວ່າທີ່ທ່ານຍອມຮັບການເສຍຫາຍໄປໄດ້ 100%
- ໃຊ້ DOGE ເປັນ “moon bag” ຫຼື wildcard ບໍ່ແມ່ນຖານຂອງພ໋ອດ
- ຖ້າຈະເຂົ້າ ໃຫ້ວາງແຜນຈຸດເຂົ້າ–ອອກຕັ້ງແຕ່ແລກ ແລະ ຢ່າໄລ່ຊື້ແບບ FOMO ຕາມພວກອິນຟລູ
ມູມມອງສຳລັບນັກລົງທຶນໃນເອເຊຍຕາເວັນອອກສ່ຽງໃຕ້
ສຳລັບນັກລົງທຶນລາວ, ໄທ, ອິນໂດເນເຊຍ ຫຼື ປະເທດເພື່ອນບ້ານໃນອາຊຽນ DOGE ຍັງເປັນຫຼຽນທີ່ “ເອີ້ນຄົນເຂົ້າເພຈ/ຄອນເທນ” ໄດ້ດີ ເພາະຊື່ຈຳງ່າຍ ຮູບມີມມ່ວນ ແລະ ຄຳຖາມວ່າ “ຈະໄປ 1 ໂດລາບໍ?” ເປັນ hook ທີ່ທຸກຄົນເຂົ້າໃຈໄດ້ໂດຍບໍ່ຕ້ອງມີຄວາມຮູ້ເຕັກນິກຫຼາຍ ແຕ່ຢ່າໃຫ້ການເລົ່າເລື່ອງກົບເກືອນ “ຄຳເຕືອນສຳຄັນ” ໄປ
ແນວທາງເບື້ອງຕົ້ນທີ່ເບິ່ງວ່າສົມດຸນສຳລັບນັກລົງທຶນທົ່ວໄປຄື:
- ໃຫ້ DOGE ເປັນສັດສ່ວນນ້ອຍໆ ຂອງພອດ (ເຊັ່ນ ບໍ່ເກີນ 5–10% ສຳລັບຄົນທີ່ຮັບສ່ຽງໄດ້ຫຼາຍ)
- ແຍກໃຫ້ຊັດເຈນໃນໃຈວ່າ BTC / ETH / ຫຼຽນໂຄງສ້າງພື້ນຖານ ແມ່ນ “ແກນຂອງພ໋ອດ” ຂອງທ່ານ ສ່ວນ DOGE ແມ່ນ “ສິນຄ້າເສີມເພື່ອໂອກາດພິເສດ”
- ຕິດຕາມລາຄາ ແລະ volume ເທິງກະດານໃຫຍ່ ເຊັ່ນ Binance ຢ່າງໃກ້ຊິດ ເນື່ອງຈາກຈັງຫວະອອກສຳຄັນບໍ່ແພ້ຈັງຫວະເຂົ້າ
ສະຫຼຸບແບບຄົນໃນວົງການເຂົາລືກັນມາ (ຮ່າຮ່າ)
- ໂອກາດທີ່ DOGE ຈະ “ສຽດ” ຫຼື “ໄລ່ເຂົ້າໃກ້” $1 ໂດລາໃນຮອບໃຫຍ່ຖັດໄປ ຍັງມີຢູ່ໃນສະຖານະການແນວບວກຈັດ ແຕ່ການຈະໄປເຖິງລະດັບນັ້ນໃນຊ່ວງປາຍປີດຽວ ຖືວ່າໂຫດຫຼາຍຈາກຈຸດປັດຈຸບັນ
- ຖ້າຈະຫຼິ້ນ DOGE ໃຫ້ຄິດເຫັນເປັນການຫຼິ້ນ wave ຕາມກະແສມີມ ແທນທີ່ຈະຄິດເຫັນເປັນການລົງທຶນໃນໂປຣເຈັກເທັກໂນໂລຊີໄລຍະຍາວ
- ສຳລັບຜູ້ອ່ານໃນຕອນນີ້ ຄຳສຳຄັນບໍ່ແມ່ນພຽງວ່າ “ຈະເຖິງ 1 ໂດລາບໍ?” ແຕ່ແມ່ນ “ຖ້າມັນບໍ່ເຖິງ ແລ້ວພ໋ອດຂອງທ່ານຈະເປັນແນວໃດ”
ຖ້າຕັດສິນໃຈຈະລອງຖື DOGE ພຽງໜ້ອຍໜຶ່ງ ຢ່າລືມຈັດການຂະໜາດພ໋ອດໃຫ້ດີ ແລະ ຕິດຕາມລາຄາ–ປະລິມານຊື້ຂາຍແບບ real-time ຜ່ານແພລດຟອມທີ່ເຊື່ອຖືໄດ້ ກ່ອນເຂົ້າ–ອອກທຸກຄັ້ງ ເພື່ອໃຫ້ການຫຼິ້ນກັບຫຼຽນມີມກາຍເປັນໂອກາດ ຫຼາຍກວ່າເປັນຄວາມເສຍຫາຍທີ່ແກ້ຄືນຍາກ🙏🏻
#DODG✅ #MarketSentimentToday #doge1dollar